.. ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ ຯ
... ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ ຯ
... ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ ຯ
………………ຂໍເຖິ່ງພຣະຣັຕຕະນະຕຣັຍເປັນທີ່ເພິ່ງອັນອຸດົມຕະຫຼອດໄປ! ! ! ! ! !………………
ສັກເຄ ກາເມ ຈະ ຣູເປ ຄິຣິສິ ຂະຣະຕະເຕ ຈັນຕະລິກເຂ ວິມາເນ
ທິເປ ຣັຖເຖ ຈະ ຄາເມ ຕະຣຸວະນະ ຄະຫະເມ ເຄຫະວັຕຖູມທິ ເຂຕເຕ
ພຸມມາ ຈາຍັນຕຸ ເທວາ ຊະລະຖະ ລະວິສະເມ ຍັກຂະ ຄັນທັພພະນາຄາ
ຕິດຖັນຕາ ສັນຕີເກ ຍັງ ມຸນິວະຣະວະ ຈະນັງ ສາທະໂວ ເມ ສຸນັນຕຸ
ທັມມັສສະວະນະກາໂລ ອະຍັນພະທັນຕາ
ທັມມັສສະວະນະກາໂລ ອະຍັນພະທັນຕາ
ທັມມັສສະວະນະກາໂລ ອະຍັນພະທັນຕາ.
ຂໍອະນຸໂມທະນາ ກັບສາທຸຊົນທັ້ງຫລາຍ!
ຂໍອະນຸໂມທະນາ ສາທຸ! ສາທຸ! ສາທຸ!
ເທວະດາ
ພຣະໄຕຣປິດົກ ເຫຼັ້ມທີ່ 14
໑໐. ເທວະທູຕະສູຕຣ (໑໓໐)
[໕໐໔] ຂ້າພະເຈົ້າໄດ້ສະດັບມາຢ່າງນີ້-
ສະມັຍນຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງ ອະນາຖະບິນທິກະ ເສຣສຖີ(ເສດຖີ) ເຂຕພຣະນະຄອຣສາວັຕຖີ ສະມັຍນັ້ນແລ ພຣະຜູ້ມີພຣະພາຄຕຣັສເອິ້ນ ພິກສຸທັ້ງຫລາຍວ່າ ດູກະຣະ “ອ່ານວ່າດູກອຣ ກໍໄດ້” ພິກສຸທັ້ງຫລາຍ ພິກສຸເຫຼົ່ານັ້ນທູລຮັບພຣະດຳຣັສແລ້ວ ຯ
[໕໐໕] ພຣະຜູ້ມີພຣະພາຄໄດ້ຕຣັສດັ່ງນີ້ວ່າ ດູກະຣະພິກສຸທັ້ງຫລາຍ ປຽບ ເຫມືອນເຮືອນ ໒ ຫລັງມີປະຕູຕົງກັນ ບຸຣຸສຜູ້ມີຕາດີຢືນຢູ່ຣະຫວ່າງກາງເຮືອນ ໒ ຫລັງ ນັ້ນ ເພິ່ງເຫັນມະນຸສຍ໌໌ກຳລັງ ເຂົ້າເຮືອນແດ່ ກຳລັງອອກຈາກເຮືອນແດ່ ກຳລັງຢ່າງມາແດ່ ກຳລັງຢ່າງໄປແດ່ ສັນໃດ ດູກະຣະພິກສຸ ທັ້ງຫລາຍ ເຮົາສັນນັ້ນເຫມືອນກັນແລ ເຮົາຍ່ອມຫຼ້ຽວເຫັນ ຫມູ່ສັຕວ໌ກຳລັງຈຸຕິ ກຳລັງອຸບັຕິ(ແປວ່າເກີດ ອ່ານວ່າອຸບັດ) ເລວ “ຊົ່ວ ບໍ່ດີ” ປະນີຕ ມີຜິວພັຣນ໌ດີ ມີຜິວພັຣນ໌ຂີ້ດຽດ ໄດ້ດີ ຕົກຍາກ ດ້ວຍທິພຍະຈັກສຸອັນບໍຣິສຸທທິ໌ ລ່ວງຈັກສຸຂອງມະນຸສຍ໌໌ ຍ່ອມຮູ້ແນ່ຫມູ່ສັຕວ໌ຜູ້ ເປັນໄປຕາມກັມໄດ້ວ່າ ສັຕວ໌ຜູ້ກຳລັງເປັນຢູ່ເຫຼົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະ ເປັນສັມມາທິຖິ ເຊື່ອມັ່ນກັມດ້ວຍອຳນາຈສັມມາທິຖິ ເມື່ອຕາຍໄປແລ້ວ ເຂົ້າເຖິ່ງສຸຄະຕິໂລກສະຫວັນຄ໌ກໍມີ ສັຕວ໌ຜູ້ກຳລັງເປັນຢູ່ເຫຼົ່ານີ້ປະກອບ ດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະ ເປັນສັມມາທິຖິ ເຊື່ອມັ່ນກັມດ້ວຍອຳນາຈສັມມາທິຖິ ເມື່ອຕາຍໄປແລ້ວ ບັງເກີດໃນຫມູ່ມະນຸສຍ໌໌ກໍມີ ສັຕວ໌ຜູ້ ກຳລັງເປັນຢູ່ເຫຼົ່ານີ້ ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະ ເປັນມິຈສາທິຖິ ເຊື່ອມັ່ນກັມດ້ວຍອຳນາຈມິຈສາທິຖິ ເມື່ອຕາຍໄປແລ້ວ ເຂົ້າເຖິ່ງປິຕຕິວິສັຍ(ເປຕ)ກໍມີ ສັຕວ໌ຜູ້ກຳລັງເປັນຢູ່ເຫຼົ່ານີ້ ປະກອບດ້ວຍ ກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະ ເປັນມິຈສາທິຖິ ເຊື່ອມັ່ນກັມດ້ວຍ ອຳນາຈມິຈສາທິຖິ ເມື່ອຕາຍໄປແລ້ວ ເຂົ້າເຖິ່ງກຳເນິດສັຕວ໌ເດັຽຣັຈສານ ກໍມີ ສັຕວ໌ຜູ້ ກຳລັງເປັນຢູ່ເຫຼົ່ານີ້ ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນ ພຣະອະຣິຍະ ເປັນມິຈສາທິຖິ ເຊື່ອມັ່ນກັມດ້ວຍອຳນາຈມິຈສາທິຖິ ເມື່ອຕາຍໄປແລ້ວ ເຂົ້າເຖິ່ງອະບາຍ ທຸຄະຕິ ວິນິບາຕ ນະຣົກກໍມີ ຯ
[໕໐໖] ດູກະຣະພິກສຸທັ້ງຫລາຍ ເຫຼົ່ານາຍນິຣະຢະບາລຈະຈັບສັຕວ໌ນັ້ນທີ່ສ່ວນຕ່າງໆ ຂອງແຂນ ໄປສະແດງແກ່ພຣະຍາຍົມວ່າ ຂ້າແຕ່ພຣະອົງຄ໌ ບຸຣຸສນີ້ບໍ່ປະຕິບັຕິ “ອ່ານປະຕິບັດ”ຖືກຕ້ອງໃນແມ່ ບໍ່ປະຕິບັຕິຖືກຕ້ອງໃນສະມະນະ ບໍ່ປະຕິບັຕິຖືກຕ້ອງໃນພຣາຫມນ໌ (ອ່ານວ່າພຣາມຫລື ພາມ)ບໍ່ອ່ອນນ້ອມ ຕໍ່ຜູ້ໃຫຍ່ໃນຕະກຸນ ຂໍພຣະອົງຄ໌ຈົງລົງອາຊຍາ “ອ່ານອາຍາ ຫມາຍເຖິ່ງລົງໂທສ”ແກ່ບຸຣຸສນີ້ເຖີດ ຯ
[໕໐໗] ດູກະຣະພິກສຸທັ້ງຫລາຍ ພຣະຍາຍົມຈະປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິ່ງເທວະທູຕທີ່ ໑ ກັບສັຕວ໌ນັ້ນວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຫັນເທວະທູຕທີ່ ໑ ປຣາກົຕໃນຫມູ່ມະນຸສຍ໌໌ແດ່ບໍ່ ຯ
ສັຕວ໌ນັ້ນທູລ”ຫມາຍເຖິ່ງ ບອກ”ຢ່າງນີ້ວ່າ ຂ້າພະເຈົ້າບໍ່ເຫັນເລີຍຂ້ານອ້ຍ ຯ
ພຣະຍາຍົມຖາມຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຫັນເດັກແດງໆ ຍັງອ່ອນນອນເບາະ ເປື້ອນມູຕຣຄູຖ “ຫມາຍເຖິ່ງ ຂີ້ ຫງ່ຽວ”ຂອງຕົນຢູ່ໃນຫມູ່ມະນຸສຍ໌໌ແດ່ບໍ່ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ເຫັນ ຂ້ານອ້ຍ ຯ
ພຣະຍາຍົມຖາມຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານນັ້ນຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິດັ່ງນີ້ແດ່ບໍ່ວ່າ ແມ້ໂຕເຮົາເດ້ ກໍມີຄວາມເກີດເປັນທັມດາ ບໍ່ລ່ວງພົ້ນຄວາມເກີດໄປໄດ້ ຄວຣທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາ ແລະ ທາງໃຈ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ຂ້າພະເຈົ້າບໍ່ໄດ້ຄຶດ ຂ້ານອ້ຍມັວປະມາທຢູ່ ຂ້ານ້ອຍ ຯ
ພຣະຍາຍົມກ່າວຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຮັດຄວາມດີທາງກາຍ ທາງວາຈາ ແລະ ທາງໃຈໄວ້ ເພາະຄວາມມັວປະມາທນັ້ນ ດັ່ງນັ້ນ ເຫຼົ່ານາຍນິຣະຢະບາລຈັກລົງ ໂທສໂດຍຄວາມທີ່ທ່ານ ປະມາທແລ້ວ ກໍບາປກັມນີ້ນັ່ນແລ ບໍ່ແມ່ນແມ່ເຮັດໃຫ້ທ່ານ ບໍ່ແມ່ນພໍ່ເຮັດໃຫ້ທ່ານ ບໍ່ແມ່ນອ້າຍ ຫຼື ນ້ອງຊາຍເຮັດໃຫ້ທ່ານ ບໍ່ແມ່ນເອື້ອຍ ຫຼື ນ້ອງສາວເຮັດໃຫ້ທ່ານ ບໍ່ ແມ່ນມິຕຣອຳມາຕຍ໌ເຮັດໃຫ້ທ່ານ ບໍ່ແມ່ນພີ່ນ້ອງປ້ອງປາຍເຮັດໃຫ້ທ່ານ ບໍ່ແມ່ນສະມະນະ ແລະ ພຣາຫມນ໌ ເຮັດໃຫ້ທ່ານ ບໍ່ແມ່ນເທວະດາເຮັດ ໃຫ້ທ່ານ ໂຕທ່ານເອງເຮັດເຂົ້າໄວ້ ທ່ານເທົ່ານັ້ນຈັກສະເຫວີຍວິບາກ ຂອງບາປກັມນີ້ ຯ
[໕໐໘] ດູກະຣະພິກສຸທັ້ງຫລາຍ ພຣະຍາຍົມເມື່ອໄດ້ປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິ່ງ ເທວະທູຕທີ່ ໑ ກັບສັຕວ໌ນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເທວະທູຕ ທີ່ ໒ ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຫັນເທວະທູຕທີ່ ໒ ປຣາກົຕໃນຫມູ່ມະນຸສຍ໌ ແດ່ບໍ່ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ຂ້າພະເຈົ້າບໍ່ເຫັນເລີຍ ຂ້ານອ້ຍ ຯ
ພຣະຍາຍົມຖາມຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຫັນແມ່ຍິງຫຼືຜູ້ຊາຍ ມີອາຍຸ ໘໐ ປີ ໙໐ ປີ ຫຼື ໑໐໐ ປີ ນັບແຕ່ເກີດມາ ຜູ້ເຖົ້າ ກະດູກຂ້າງຄົດ ຫລັງງໍ ຖືໄມ້ຄ້ອນເທົ້າ ຢ່າງງົກໆ ເຫງີ້ນໆ ໄປ ກະສັບກະສ່າຍ ລ່ວງວັຍຫນຸ່ມສາວ ຟັນຫັກຜົມຫງອກ ຫນັງຮ້ຽວ ຫັວລ້ານ ຫ້ຽວ ຕັວຕົກກະ ໃນຫມູ່ມະນຸສຍ໌໌ແດ່ບໍ່ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ເຫັນ ຂ້ານອ້ຍ ຯ
ພຣະຍາຍົມຖາມຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານນັ້ນຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິດັ່ງນີ້ແດ່ບໍ່ວ່າ ແມ້ໂຕເຮົາເດ້ ກໍມີຄວາມແກ່ເປັນທັມດາ ບໍ່ລ່ວງພົ້ນຄວາມແກ່ໄປໄດ້ ຄວຣທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາ ແລະ ທາງໃຈ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ຂ້າພະເຈົ້າບໍ່ໄດ້ຄຶດ ຂ້ານອ້ຍມັວປະມາທຢູ່ ຂ້ານ້ອຍ ຯ
ພຣະຍາຍົມກ່າວຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຮັດດີທາງກາຍ ທາງວາຈາ ແລະ ທາງໃຈໄວ້ ເພາະຄວາມມັວປະມາທນັ້ນ ດັ່ງນັ້ນ ເຫຼົ່ານາຍນິຣະຢະບາລຈັກລົງ ໂທສໂດຍຄວາມທີ່ທ່ານ ປະມາທແລ້ວ ກໍບາປກັມນີ້ນັ່ນແລ ບໍ່ແມ່ນແມ່ເຮັດໃຫ້ທ່ານ ບໍ່ແມ່ນພໍ່ເຮັດໃຫ້ທ່ານ ບໍ່ແມ່ນອ້າຍ ຫຼື ນ້ອງຊາຍ ເຮັດໃຫ້ທ່ານ ບໍ່ແມ່ນເອື້ອຍ ຫຼື ນ້ອງສາວເຮັດໃຫ້ທ່ານ ບໍ່ ແມ່ນມິຕຣອຳມາຕຍ໌ເຮັດໃຫ້ທ່ານ ບໍ່ແມ່ນພີ່ນ້ອງ ປ້ອງປາຍເຮັດໃຫ້ທ່ານ ບໍ່ແມ່ນສະມະນະ ແລະ ພຣາຫມນ໌ ເຮັດໃຫ້ທ່ານ ບໍ່ແມ່ນເທວະດາເຮັດໃຫ້ທ່ານ ໂຕທ່ານເອງເຮັດເຂົ້າໄວ້ ທ່ານເທົ່ານັ້ນຈັກສະເຫວີຍວິບາກ ຂອງບາປກັມນີ້ ຯ
[໕໐໙] ດູກະຣະພິກສຸທັ້ງຫລາຍ ພຣະຍາຍົມເມື່ອໄດ້ປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິ່ງ ເທວະທູຕທີ່ ໒ ກັບສັຕວ໌ນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິ່ງ ເທວະທູຕທີ່ ໓ ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຫັນເທວະທູຕທີ່ ໓ ປຣາກົຕໃນຫມູ່ ມະນຸສຍ໌໌ແດ່ບໍ່ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ຂ້າພະເຈົ້າບໍ່ເຫັນເລີຍ ຂ້ານອ້ຍ ຯ
ພຣະຍາຍົມຖາມຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຫັນແມ່ຍິງຫຼືຜູ້ຊາຍ ຜູ້ປ່ວຍ ທົນທຸກຂ໌ ເປັນໄຂ້ຫນັກ ນອນເປື້ອນມູຕຣຄູຖ “ຫມາຍເຖິ່ງ ຂີ້ ຫງ່ຽວ”ຂອງຕົນ ມີຄົນອື່ນຄອຍພະຍຸງລຸກ ພະຍຸງຢ່າງ ໃນຫມູ່ມະນຸສຍ໌໌ແດ່ບໍ່ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ເຫັນ ຂ້ານອ້ຍ ຯ
ພຣະຍາຍົມຖາມຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານນັ້ນຮູ້ຄວາມມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິດັ່ງນີ້ແດ່ບໍ່ວ່າ ແມ້ໂຕເຮົາເດ້ ກໍມີຄວາມເຈັບປ່ວຍເປັນທັມດາ ບໍ່ລ່ວງພົ້ນຄວາມເຈັບ ປ່ວຍໄປໄດ້ ຄວຣທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາ ແລະ ທາງໃຈ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ຂ້າພະເຈົ້າບໍ່ໄດ້ຄຶດ ຂ້ານອ້ຍມັວປະມາທຢູ່ ຂ້ານ້ອຍ ຯ
ພຣະຍາຍົມກ່າວຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຮັດຄວາມດີທາງກາຍ ທາງວາຈາ ແລະ ທາງໃຈໄວ້ ເພາະຄວາມມັວປະມາທນັ້ນ ດັ່ງນັ້ນ ເຫຼົ່ານາຍນິຣະຢະບາລຈັກລົງ ໂທສໂດຍຄວາມທີ່ທ່ານ ປະມາທແລ້ວ ກໍບາປກັມນີ້ນັ່ນແລ ບໍ່ແມ່ນແມ່ເຮັດໃຫ້ທ່ານ ບໍ່ແມ່ນພໍ່ເຮັດໃຫ້ທ່ານ ບໍ່ແມ່ນອ້າຍ ຫຼື ນ້ອງຊາຍ ເຮັດໃຫ້ທ່ານ ບໍ່ແມ່ນເອື້ອຍ ຫຼື ນ້ອງສາວເຮັດໃຫ້ທ່ານ ບໍ່ ແມ່ນມິຕຣອຳມາຕຍ໌ເຮັດໃຫ້ທ່ານ ບໍ່ແມ່ນພີ່ນ້ອງ ປ້ອງປາຍເຮັດໃຫ້ທ່ານ ບໍ່ແມ່ນສະມະນະ ແລະ ພຣາຫມນ໌ ເຮັດໃຫ້ທ່ານ ບໍ່ແມ່ນເທວະດາເຮັດໃຫ້ທ່ານ ໂຕທ່ານເອງເຮັດເຂົ້າໄວ້ ທ່ານເທົ່ານັ້ນຈັກສະເຫວີຍວິບາກ ຂອງບາປກັມນີ້ ຯ
[໕໑໐] ດູກະຣະພິກສຸທັ້ງຫລາຍ ພຣະຍາຍົມເມື່ອໄດ້ປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິ່ງ ເທວະທູຕທີ່ ໓ ກັບສັຕວ໌ນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິ່ງ ເທວະທູຕທີ່ ໔ ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຫັນເທວະທູຕທີ່ ໔ ປຣາກົຕໃນຫມູ່ມະນຸສຍ໌໌ແດ່ບໍ່ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ຂ້າພະເຈົ້າບໍ່ເຫັນເລີຍ ຂ້ານອ້ຍ ຯ
ພຣະຍາຍົມຖາມຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຫັນຣາຊາທັ້ງຫລາຍ ໃນຫມູ່ມະນຸສຍ໌໌ຈັບໂຈຣຜູ້ປະພຣຶຕິ“ອ່ານວ່າ ປະພຶດ”ຜິດມາແລ້ວ ສັ່ງລົງກັມກອຣນ໌”ຫມາຍເຖິ່ງ ລົງໂທສ”ຕ່າງຊະນິດແດ່ຫຼື ຄື
(໑) ໂບຍດ້ວຍແສ້ ແດ່
(໒) ໂບຍດ້ວຍຫວາຍ ແດ່
(໓) ຕີດ້ວຍຕະບອງສັ້ນ ແດ່
(໔) ຕັດມື ແດ່
(໕) ຕັດຕີນ ແດ່
(໖) ຕັດທັ້ງມືທັ້ງຕີນ ແດ່
(໗) ຕັດຫູ ແດ່
(໘) ຕັດດັງ ແດ່
(໙) ຕັດທັ້ງຫູທັ້ງດັງ ແດ່
(໑໐) ລົງກັມກອຣນ໌ວິທີ ໝໍ້ຄ່ຽວນ້ຳສົ້ມ ແດ່
(໑໑) ລົງກັມກອຣນ໌ວິທີ ຂອດສັງຂ໌ ແດ່
(໑໒) ລົງກັມກອຣນ໌ວິທີ ປາກຣາຫູ ແດ່
(໑໓) ລົງກັມກອຣນ໌ວິທີ ມາລັຍໄຟ ແດ່
(໑໔) ລົງກັມກອຣນ໌ວິທີ ທຸ່ບມື ແດ່
(໑໕) ລົງກັມກອຣນ໌ວິທີ ອິ້ວສ່າຍ ແດ່
(໑໖) ລົງກັມກອຣນ໌ວິທີ ນຸ່ງເປືອກໄມ້ ແດ່
(໑໗) ລົງກັມກອຣນ໌ວິທີ ຢືນກວາງ ແດ່
(໑໘) ລົງກັມກອຣນ໌ວິທີ ກ່ຽວເຫຍື່ອເບັດ ແດ່
(໑໙) ລົງກັມກອຣນ໌ວິທີ ຫຼ່ຽຣກະສາປນ໌ ແດ່
(໒໐) ລົງກັມກອຣນ໌ວິທີ ແປງແສບ ແດ່
(໒໑) ລົງກັມກອຣນ໌ວິທີ ກາງວຽນ ແດ່
(໒໒) ລົງກັມກອຣນ໌ວິທີ ຫາບເຟື້ອງ ແດ່
(໒໓) ຣາດດ້ວຍນ້ຳມັນເດືອດໆ ແດ່
(໒໔) ໃຫ້ສຸນັຂ(ຫມາ)ກັດດຶ້ງ ແດ່
(໒໕) ໃຫ້ນອນຫງາຍເທິ່ງຫລາວແຫຼມໆ ທັ້ງເປັນໆ ແດ່
(໒໖) ຕັດຫັວດ້ວຍດາບ ແດ່ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ເຫັນ ຂ້ານອ້ຍ ຯ
ພຣະຍາຍົມຖາມຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານນັ້ນຮູ້ຄວາມມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິດັ່ງນີ້ແດ່ບໍ່ວ່າ ຈຳເຣີນຍ໌ລະ ເປັນອັນວ່າ ສັຕວ໌ທີ່ເຮັດກັມ ລາມົກໄວ້ນັ້ນໆ ຍ່ອມຖືກລົງ ກັມກອຣນ໌ຕ່າງຊະນິດເຫັນປານນີ້ໃນປັຈຈຸບັນ ຈະໄປເວົ້າຫຍັງເຖິ່ງຊາຕິຫນ້າ ຄວຣທີ່ເຮົາຈະເຮັດຄວາມ ດີທາງກາຍ ທາງວາຈາ ແລະ ທາງໃຈ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ຂ້າພະເຈົ້າບໍ່ໄດ້ຄຶດ ຂ້ານອ້ຍມັວປະມາທຢູ່ ຂ້ານ້ອຍ ຯ
ພຣະຍາຍົມກ່າວຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຮັດຄວາມດີທາງກາຍ ທາງວາຈາ ແລະ ທາງໃຈໄວ້ ເພາະຄວາມມັວປະມາທນັ້ນ ດັ່ງນັ້ນ ເຫຼົ່ານາຍນິຣະຢະບາລຈັກລົງ ໂທສໂດຍຄວາມທີ່ທ່ານ ປະມາທແລ້ວ ກໍບາປກັມນີ້ນັ່ນແລ ບໍ່ແມ່ນແມ່ເຮັດໃຫ້ທ່ານ ບໍ່ແມ່ນພໍ່ເຮັດໃຫ້ທ່ານ ບໍ່ແມ່ນອ້າຍ ຫຼື ນ້ອງຊາຍ ເຮັດໃຫ້ທ່ານ ບໍ່ແມ່ນເອື້ອຍ ຫຼື ນ້ອງສາວເຮັດໃຫ້ທ່ານ ບໍ່ ແມ່ນມິຕຣອຳມາຕຍ໌ເຮັດໃຫ້ທ່ານ ບໍ່ແມ່ນພີ່ນ້ອງ ປ້ອງປາຍເຮັດໃຫ້ທ່ານ ບໍ່ແມ່ນສະມະນະ ແລະ ພຣາຫມນ໌ ເຮັດໃຫ້ທ່ານ ບໍ່ແມ່ນເທວະດາເຮັດໃຫ້ທ່ານ ໂຕທ່ານເອງເຮັດເຂົ້າໄວ້ ທ່ານເທົ່ານັ້ນຈັກສະເຫວີຍວິບາກ ຂອງບາປກັມນີ້ ຯ
[໕໑໑] ດູກະຣະພິກສຸທັ້ງຫລາຍ ພຣະຍາຍົມເມື່ອໄດ້ປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິ່ງ ເທວະທູຕທີ່ ໔ ກັບສັຕວ໌ນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິ່ງ ເທວະທູຕທີ່ ໕ ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຫັນເທວະທູຕທີ່ ໕ ປຣາກົຕໃນຫມູ່ ມະນຸສຍ໌ແດ່ບໍ່ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ຂ້າພະເຈົ້າບໍ່ເຫັນເລີຍ ຂ້ານອ້ຍ ຯ
ພຣະຍາຍົມຖາມຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຫັນແມ່ຍິງຫຼືຜູ້ຊາຍ ທີ່ຕາຍແລ້ວ ມື້ນຶ່ງ ຫຼືສອງມື້ ຫຼືສາມມື້ ຂື້ນພອງ ຂຽວຊ້ຳ ມີນ້ຳເຫລືອງເຢິ້ມ ໃນຫມູ່ມະນຸສຍ໌໌ແດ່ບໍ່ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ເຫັນ ຂ້ານອ້ຍ ຯ
ພຣະຍາຍົມຖາມຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານນັ້ນຮູ້ຄວາມມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິດັ່ງນີ້ແດ່ບໍ່ວ່າ ແມ້ໂຕເຮົາເດ້ ກໍມີຄວາມຕາຍເປັນທັມດາ ບໍ່ລ່ວງພົ້ນຄວາມຕາຍໄປໄດ້ ຄວຣທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາ ແລະ ທາງໃຈ ຯ
ສັຕວ໌ນັ້ນທູລຢ່າງນີ້ວ່າ ຂ້າພະເຈົ້າບໍ່ໄດ້ຄຶດ ຂ້ານອ້ຍມັວປະມາທຢູ່ ຂ້ານ້ອຍ ຯ
ພຣະຍາຍົມກ່າວຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ທ່ານບໍ່ໄດ້ເຮັດຄວາມດີທາງກາຍ ທາງວາຈາ ແລະ ທາງໃຈໄວ້ ເພາະຄວາມມັວປະມາທນັ້ນ ດັ່ງນັ້ນ ເຫຼົ່ານາຍນິຣະຢະບາລຈັກລົງ ໂທສໂດຍຄວາມ ທີ່ທ່ານປະມາທແລ້ວ ກໍບາປກັມນີ້ນັ່ນແລ ບໍ່ແມ່ນແມ່ເຮັດໃຫ້ທ່ານ ບໍ່ແມ່ນພໍ່ເຮັດໃຫ້ທ່ານ ບໍ່ແມ່ນອ້າຍ ຫຼື ນ້ອງຊາຍເຮັດໃຫ້ທ່ານ ບໍ່ແມ່ນເອື້ອຍ ຫຼື ນ້ອງສາວເຮັດໃຫ້ທ່ານ ບໍ່ ແມ່ນມິຕຣອຳມາຕຍ໌ເຮັດໃຫ້ທ່ານ ບໍ່ແມ່ນພີ່ນ້ອງປ້ອງປາຍເຮັດໃຫ້ ບໍ່ແມ່ນສະມະນະ ແລະ ພຣາຫມນ໌ ເຮັດໃຫ້ທ່ານ ບໍ່ແມ່ນເທວະດາ ເຮັດໃຫ້ທ່ານ ໂຕທ່ານເອງເຮັດເຂົ້າໄວ້ ທ່ານເທົ່ານັ້ນຈັກສະເຫວີຍວິບາກ ຂອງບາປກັມນີ້ ຯ
ດູກະຣະພິກສຸທັ້ງຫລາຍ ພຣະຍາຍົມເມື່ອໄດ້ປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິ່ງ ເທວະທູຕທີ່ ໕ ກັບສັຕວ໌ນັ້ນແລ້ວ ກໍທຣົງ(ອ່ານວ່າຊົງ)ດຸສນີຢູ່ ຯ
[໕໑໒] ດູກະຣະພິກສຸທັ້ງຫລາຍ ເຫຼົ່ານິຣະຢະບາລຈະໃຫ້ສັຕວ໌ນັ້ນກະເຮັດເຫຕຸ(ອ່ານວ່າ ເຫດ)ຊື່ ກາຣຈຳ ໕ ປະກາຣ ຄື ຕຶງຕະປູເຫລັກແດງທີ່ມືຂ້າງທີ່ ໑ ຂ້າງທີ່ ໒ ທີ່ຕີນຂ້າງທີ່ ໑ ຂ້າງທີ່ ໒ ແລະ ທີ່ກາງເອິກ ສັຕວ໌ນັ້ນຈະສະເຫວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນນະຣົກນັ້ນ ແລະ ຍັງບໍ່ຕາຍຫາກບາປ ກັມຍັງບໍ່ສິ້ນສຸດ ຯ
[໕໑໓] ດູກະຣະພິກສຸທັ້ງຫລາຍ ເຫຼົ່ານິຣະຢະບາລຈະຈັບສັຕວ໌ນັ້ນຂຶງພືດແລ້ວເອົາຜຶ່ງ ຖາກ...ຈະຈັບ ສັຕວ໌ນັ້ນເອົາຕີນຂື້ນທາງເທິ່ງ ເອົາຫັວລົງທາງລຸ້ມແລ້ວຖາກດ້ວຍພ້າ ... ຈະ ເອົາສັຕວ໌ນັ້ນທຽມຣົຖແລ້ວໃຫ ແລ່ນກັບໄປກັບມາເທິ່ງແຜ່ນດິນທີ່ມີໄຟຕິດທົ່ວ ລຸກໂພລງ ໂຊຕິຊ່ວງ(ມີແສງກ້າ) ... ຈະໃຫ້ສັຕວ໌ນັ້ນປີນ ຂື້ນປີນລົງເທິ່ງພູເຂົາຖ່ານເພິງຫນ່ວຍໃຫຍ່ທີ່ມີໄຟຕິດທົ່ວ ລຸກ ໂພລງ ໂຊຕິຊ່ວງ ... ຈະຈັບສັຕວ໌ນັ້ນເອົາ ຕີນຂື້ນທາງເທິ່ງເອົາຫັວລົງທາງລຸ້ມ ແລ້ວພຸ່ງລົງໄປ ໃນໝໍ້ທອງແດງ ທີ່ມີໄຟຕິດທົ່ວ ລຸກໂພລງ ໂຊຕິຊ່ວງ ສັຕວ໌ນັ້ນຈະເດືອດເປັນຟອງຢູ່ໃນໝໍ້ທອງແດງນັ້ນ ເຂົາເມື່ອເດືອດເປັນຟອງຢູ່ ຈະຝູຂື້ນທາງເທິ່ງຄັ້ງນຶ່ງ ແດ່ ຈົມລົງທາງລຸ້ມຄັ້ງນຶ່ງແດ່ ຝູໄປດ້ານຂວາງຄັ້ງນຶ່ງແດ່ ຈະສະເຫວີຍເວທະນາ ອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນໝໍ້ທອງແດງນັ້ນ ແລະ ຍັງບໍ່ຕາຍຫາກບາປ ກັມຍັງບໍ່ສິ້ນສຸດ ຯ
[໕໑໔] ດູກະຣະພິກສຸທັ້ງຫລາຍ ເຫຼົ່ານາຍນິຣະຢະບາລຈະໂຍນສັຕວ໌ນັ້ນເຂົ້າໄປໃນມະຫານະຣົກ ກໍມະຫານະຣົກນັ້ນຄື : ມີສີ່ມຸມ ສີ່ປະຕູ ແບ່ງໄວ້ໂດຍສ່ວນເທົ່າກັນ ມີກຳແພງເຫລັກ ລ້ອມຮອບ ຄອບໄວ້ດ້ວຍແຜ່ນເຫລັກ ພື້ນຂອງນະຣົກໃຫຍ່ນັ້ນລ້ວນ ແລ້ວດ້ວຍເຫລັກ ລຸກໂພລງ ແຜ່ໄປຕະຫຼອດຮ້ອຍ ໂຍຊນ໌ຮອບດ້ານ ປະດິສຖານຢູ່ທຸກເມື່ອ ຯ
ດູກະຣະພິກສຸທັ້ງຫລາຍ ແລະ ມະຫານະຣົກນັ້ນ ມີເປວໄຟພຸ່ງຈາກຝາດ້ານຫນ້າເຖິ່ງຝາ ດ້ານຫລັງ ພຸ່ງຈາກຝາດ້ານຫລັງເຖິ່ງຝາດ້ານຫນ້າ ພຸ່ງຈາກຝາດ້ານເຫນືອເຖິ່ງຝາດ້ານໃຕ້ ພຸ່ງຈາກຝາດ້ານໃຕ້ເຖິ່ງ ຝາດ້ານເຫນືອ ພຸ່ງຂື້ນຈາກທາງລຸ້ມເຖິ່ງທາງເທິ່ງ ພຸ່ງຈາກທາງເທິ່ງ ເຖິ່ງທາງລຸ້ມ ສັຕວ໌ນັ້ນຈະສະເຫວີຍ ເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນມະຫານະຣົກນັ້ນ ແລະ ຍັງບໍ່ຕາຍຫາກບາປກັມຍັງບໍ່ສິ້ນສຸດ ຯ
[໕໑໕] ດູກະຣະພິກສຸທັ້ງຫລາຍ ຍ່ອມມີສະມັຍທີ່ໃນບາງຄັ້ງບາງຄາວ ໂດຍລ່ວງ ຣະຍະກາລນານ ປະຕູດ້ານຫນ້າຂອງມະຫານະຣົກເປີດ ສັຕວ໌ນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນ ໂດຍໄວ ຍ່ອມຖືກໄຟໄຫມ້ຜິວ ໄຫມ້ຫນັງ ໄຫມ້ເນື້ອ ໄຫມ້ເອັນ ແມ້ກະດູກທັ້ງຫລາຍ ກໍເປັນຄວັນຕະຫຼົບ ແຕ່ອະວັຍວະທີ່ສັຕວ໌ນັ້ນຍົກຂື້ນ ແລ້ວ ຈະກັບເປັນຮູປເດີມທັນທີ ແລະ ໃນຂນະທີ່ສັຕວ໌ນັ້ນ ໃກ້ຈະເຖິ່ງປະຕູ ປະຕູນັ້ນຈະປິດ ສັຕວ໌ນັ້ນຍ່ອມ ສະເຫວີຍເວທະນາອັນເປັນ ທຸກຂ໌ກ້າ ເຈັບແສບ ຢູ່ໃນມະຫານະຣົກນັ້ນ ແລະ ຍັງບໍ່ຕາຍຫາກບາປ ກັມນັ້ນຍັງບໍ່ສິ້ນສຸດ ຯ
[໕໑໖] ດູກະຣະພິກສຸທັ້ງຫລາຍ ຍ່ອມມີສະມັຍທີ່ໃນບາງຄັ້ງບາງຄາວ ໂດຍລ່ວງ ຣະຍະກາລນານ ປະຕູດ້ານຫລັງຂອງມະຫານະຣົກນັ້ນເປີດ ຯລຯ ປະຕູດ້ານເຫນືອເປີດ ຯລຯ ປະຕູດ້ານໃຕ້ເປີດ ສັຕວ໌ນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄຫມ້ຜິວ ໄຫມ້ຫນັງ ໄຫມ້ເນື້ອ ໄຫມ້ເອັນ ແມ້ກະດູກທັ້ງຫລາຍກໍເປັນຄວັນຕະຫຼົບ ແຕ່ອະວັຍວະທີ່ສັຕວ໌ ນັ້ນຍົກຂື້ນແລ້ວຈະກັບເປັນຮູປເດີມທັນທີ ແລະ ໃນຂນະທີ່ສັຕວ໌ນັ້ນໃກ້ຈະເຖິ່ງປະຕູ ປະຕູ ນັ້ນຈະປິດ ສັຕວ໌ນັ່ນຍ່ອມສະເຫວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນມະຫານະຣົກນັ້ນ ແລະ ຍັງບໍ່ຕາຍຫາກບາປກັມນັ້ນຍັງບໍ່ສິ້ນສຸດ ຯ
[໕໑໗] ດູກະຣະພິກສຸທັ້ງຫລາຍ ຍ່ອມມີສະມັຍທີ່ໃນບາງຄັ້ງບາງຄາວ ໂດຍລ່ວງຣະຍະກາລນານ ປະຕູດ້ານຫນ້າຂອງມະຫານະຣົກນັ້ນເປີດ ສັຕວ໌ນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນ ໂດຍໄວ ຍ່ອມຖືກໄຟ ໄຫມ້ຜິວ ໄຫມ້ຫນັງ ໄຫມ້ເນື້ອ ໄຫມ້ເອັນ ແມ້ກະດູກ ທັ້ງຫລາຍກໍເປັນຄວັນຕະຫຼົບ ແຕ່ອະວັຍວະທີ່ສັຕວ໌ນັ້ນ ຍົກຂື້ນແລ້ວ ຈະກັບເປັນຮູປເດີມທັນທີ ສັຕວ໌ນັ້ນຈະອອກທາງປະຕູນັ້ນໄດ້ ແຕ່ວ່າມະຫານະຣົກນັ້ນແລ ມີນະຣົກເຕັມດ້ວຍຄູຖໃຫຍ່ ປະກອບຢູ່ຮອບດ້ານ ສັຕວ໌ນັ້ນຈະຕົກລົງໃນນະຣົກຄູຖນັ້ນ ແລະ ໃນນະຣົກຄູຖ ນັ້ນແລ ມີຫມູ່ ສັຕວ໌ປາກດັ່ງເຂັມຄອຍເສືອດເສືອນຜິວ ແລ້ວເສືອດເສືອນຫນັງ ແລ້ວເສືອດເສືອນເນື້ອ ແລ້ວ ເສືອດເສືອນເອັນ ແລ້ວເສືອດເສືອນກະດູກ ແລ້ວກິນເຢື່ອໃນກະດູກ ສັຕວ໌ນັ້ນຍ່ອມສະເຫວີຍ ເວທະນາອັນ ເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນນະຣົກຄູຖນັ້ນ ແລະ ຍັງບໍ່ຕາຍຫາກບາປ ກັມນັ້ນຍັງບໍ່ສິ້ນສຸດ ຯ
[໕໑໘] ດູກະຣະພິກສຸທັ້ງຫລາຍ ແລະ ນະຣົກຄູຖນັ້ນ ມີນະຣົກເຕັມດ້ວຍເຖົ້າຣຶງ(ເຖົ້າທີ່ມີໃຟຕິດຢູ່) ໃຫຍ່ ປະກອບຢູ່ຮອບດ້ານ ສັຕວ໌ນັ້ນຈະຕົກລົງໄປໃນນະຣົກເຖົ້າຣຶງນັ້ນ ສັຕວ໌ນັ້ນຍ່ອມສະເຫວີຍ ເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນນະຣົກເຖົ້າຣຶງນັ້ນ ແລະ ຍັງບໍ່ຕາຍຫາກບາປກັມນັ້ນຍັງບໍ່ສິ້ນສຸດ ຯ
[໕໑໙] ດູກະຣະພິກສຸທັ້ງຫລາຍ ແລະ ນະຣົກເຖົ້າຣຶງນັ້ນ ມີປ່າງິ້ວໃຫຍ່ປະກອບຢູ່ຮອບດ້ານ ຕົ້ນສູງຊະລູດຂື້ນໄປໂຍຊນ໌ນຶ່ງ ມີຫນາມຍາວ ໑໖ ອົງຄຸລີ ມີໄຟຕິດທົ່ວ ລຸກໂພລງ ໂຊຕິຊ່ວງ ເຫຼົ່ານາຍ ນິຣະຢະບາລຈະບັງຄັບໃຫ້ສັຕວ໌ນັ້ນຂື້ນໆ ລົງໆ ທີ່ຕົ້ນງິ້ວນັ້ນ ສັຕວ໌ນັ້ນຍ່ອມສະເຫວີຍເວທະນາ ອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ທີ່ຕົ້ນງິ້ວນັ້ນ ແລະ ຍັງບໍ່ ຕາຍຫາກບາປກັມນັ້ນຍັງບໍ່ສິ້ນສຸດ ຯ
[໕໒໐] ດູກະຣະພິກສຸທັ້ງຫລາຍ ແລະ ປ່າງິ້ວນັ້ນ ມີປ່າຕົ້ນໄມ້ໃບເປັນດາບໃຫຍ່ ປະກອບຢູ່ຮອບດ້ານ ສັຕວ໌ນັ້ນຈະເຂົ້າໄປໃນປ່ານັ້ນ ຈະຖືກໃບໄມ້ທີ່ລົມພັດ ຕັດມືແດ່ ຕັດຕີນແດ່ ຕັດທັ້ງມື ແລະ ຕີນແດ່ ແລະ ຕັດໃບຫູແດ່ ຕັດດັງແດ່ ຕັດທັ້ງໃບຫູ ແລະ ດັງແດ່ ສັຕວ໌ນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ທີ່ປ່າຕົ້ນໄມ້ມີໃບເປັນດາບນັ້ນ ແລະ ຍັງບໍ່ຕາຍຫາກບາປກັມນັ້ນຍັງບໍ່ສິ້ນສຸດ ຯ
[໕໒໑] ດູກະຣະພິກສຸທັ້ງຫລາຍ ແລະ ປ່າຕົ້ນໄມ້ມີໃບເປັນດາບນັ້ນ ມີແມ່ນ້ຳໃຫຍ່ ນ້ຳເປັນດ່າງ ປະກອບຢູ່ຮອບດ້ານ ສັຕວ໌ນັ້ນຈະຕົກລົງໄປໃນແມ່ນ້ຳນັ້ນ ຈະລອຍຢູ່ໃນເຖົ້າຣຶງ ຄື ຖ່ານທີ່ຕິດໄຟຄຸມີຂີ້ເຖົ້າ ປິດຂ້າງນອກຢູ່ຮອບດ້ານ ແມ່ນ້ຳນັ້ນ ຕາມກະແສແດ່ ທວນກະແສແດ່ ທັ້ງຕາມ ແລະ ທວນກະແສແດ່ ສັຕວ໌ນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນແມ່ນ້ຳນັ້ນ ແລະ ຍັງບໍ່ຕາຍ ຫາກບາປກັມນັ້ນຍັງບໍ່ສິ້ນສຸດ ຯ
[໕໒໒] ດູກະຣະພິກສຸທັ້ງຫລາຍ ເຫຼົ່ານາຍນິຣະຢະບາລພາກັນເອົາເບັດກ່ຽວສັຕວ໌ ນັ້ນຂື້ນວາງ ເທິ່ງບົກ ແລ້ວກ່າວຢ່າງນີ້ວ່າ ດູກະຣະພໍ່ມະຫາຈຳເຣີນຍ໌ ເຈົ້າຕ້ອງກາຣຫຍັງ ສັຕວ໌ນັ້ນບອກຢ່າງນີ້ວ່າ ຂ້າພະເຈົ້າຫິວ ຂ້ານອ້ຍ ເຫຼົ່ານາຍນິຣະຢະບາລຈຶ່ງເອົາຂໍເຫລັກຮ້ອນ ມີໄຟຕິດທົ່ວ ລຸກໂພລງ ໂຊຕິຊ່ວງ ເປີດປາກອອກ ແລ້ວໃສ່ກ້ອນໂລຫະຮ້ອນມີໄຟຕິດທົ່ວ ລຸກໂພລງ ໂຊຕິຊ່ວງ ເຂົ້າໃນປາກ ກ້ອນໂລຫະນັ້ນ ຈະໄຫມ້ຮີມຝີປາກແດ່ ປາກແດ່ ຄໍແດ່ ທ້ອງແດ່ ຂອງສັຕວ໌ນັ້ນ ພາເອົາໄສ້ໃຫຍ່ແດ່ ໄສ້ນ້ອຍແດ່ ອອກມາ ທາງສ່ວນ ທາງຫລຸ່ມ (ຖະຫວ່ານຫນັກ) ສັຕວ໌ນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ ນະ ທີ່ນັ້ນ ແລະ ຍັງບໍ່ຕາຍຫາກບາປກັມນັ້ນຍັງບໍ່ສິ້ນສຸດ ຯ
[໕໒໓] ດູກະຣະພິກສຸທັ້ງຫລາຍ ເຫຼົ່ານາຍນິຣະຢະບາລກ່າວກັບສັຕວ໌ນັ້ນຢ່າງນີ້ວ່າ ດູກະຣະພໍ່ ມະຫາຈຳເຣີນຍ໌ ເຈົ້າຕ້ອງກາຣຫຍັງ ສັຕວ໌ນັ້ນບອກຢ່າງນີ້ວ່າ ຂ້າພະເຈົ້າຣະຫາຍ(ຫິວນ້ຳ) ຂ້ານອ້ຍ ເຫຼົ່ານາຍນິຣະຢະບາລຈຶ່ງເອົາຂໍເຫລັກຮ້ອນມີໄຟຕິດທົ່ວ ລຸກໂພລງ ໂຊຕິຊ່ວງ ເປີດປາກອອກ ແລ້ວເອົານ້ຳທອງແດງຮ້ອນມີໄຟຕິດທົ່ວ ລຸກໂພລງ ໂຊຕິຊ່ວງ ກອກເຂົ້າໄປໃນປາກ ນ້ຳທອງແດງນັ້ນ ຈະໄຫມ້ຣິມຝີປາກແດ່ ປາກແດ່ ຄໍແດ່ ທ້ອງແດ່ ຂອງສັຕວ໌ນັ້ນ ພາເອົາໄສ້ໃຫຍ່ແດ່ ໄສ້ນ້ອຍແດ່ ອອກມາທາງສ່ວນທາງຫລຸ່ມ ສັຕວ໌ນັ້ນຍ່ອມສະເຫວີຍເວທະນາ ອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ ນະ ທີ່ນັ້ນ ແລະ ຍັງບໍ່ຕາຍຫາກບາປກັມນັ້ນຍັງບໍ່ສິ້ນສຸດ ດູກະຣະພິກສຸທັ້ງຫລາຍ ເຫຼົ່ານາຍນິຣະຢະບາລ ຈະໂຍນສັຕວ໌ນັ້ນເຂົ້າໄປໃນມະຫານະຣົກອີກ ຯ
[໕໒໔] ດູກະຣະພິກສຸທັ້ງຫລາຍ ເຣື່ອງເຄີຍມີມາແລ້ວ ພຣະຍາຍົມໄດ້ມີຄວາມດຳຣິ ຢ່າງນີ້ວ່າ ພໍ່ເຈົ້າປະຄຸນເອ໋ຍ ເປັນອັນວ່າ ເຫຼົ່າສັຕວ໌ທີ່ເຮັດກັມລາມົກໄວ້ໃນໂລກ ຍ່ອມຖືກນາຍນິຣະຢະບາລລົງ ກັມກອຣນ໌ ຕ່າງຊະນິດຕ່າງໆ ເຫັນປານນີ້ ໂອ່່ຫນໍ ຂໍເຮົາເພິ່ງໄດ້ຄວາມເປັນມະນຸສຍ໌໌ ຂໍພຣະຕະຖາຄົຕ-ອະຣະຫັນຕະສັມມາສັມພຸທທະເຈົ້າ ເພິ່ງສະເດັຈອຸບັຕິໃນໂລກ ຂໍເຮົາເພິ່ງໄດ້ ນັ່ງໃກ້ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ຂໍພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນເພິ່ງທຣົງສະແດງທັມມ໌ແກ່ເຮົາ ແລະ ຂໍເຮົາເພິ່ງຮູ້ທົ່ວເຖິ່ງ ທັມມ໌ຂອງພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນເຖີດ ຯ
ດູກະຣະພິກສຸທັ້ງຫລາຍ ກໍເຣື່ອງນັ້ນ ເຮົາບໍ່ໄດ້ຟັງຕໍ່ສະມະນະຫຼືພຣາຫມນ໌ອື່ນໆ ແລ້ວຈຶ່ງບອກ ກໍແລ ເຮົາບອກເຣື່ອງທີ່ຮູ້ເອງ ເຫັນເອງ ປຣາກົຕເອງທັ້ງນັ້ນ ຯ
[໕໒໕] ພຣະຜູ້ມີພຣະພາຄໄດ້ຕຣັສໄວຍາກະຣະນະພາສິຕດັ່ງນີ້ ເມື່ອໄດ້ແລ້ວພຣະສຸຄົຕ ຜູ້ສາສດາ ກໍໄດ້ຕຣັສຄາຖາປະພັນທ໌ຕໍ່ໄປອີກດັ່ງນີ້ວ່າ ນໍຣະຊົນເຫຼົ່າໃດຍັງເປັນມານົພ ອັນເທວະທູຕຕັກເຕືອນ ແລ້ວປະມາທຢູ່ ນໍຣະຊົນເຫຼົ່ານັ້ນຈະເຂົ້າເຖິ່ງຫມູ່ສັຕວ໌ເລວ “ຊົ່ວ ບໍ່ດີ” ເສົ້າໂສກສິ້ນກາລນານ ສ່ວນນໍຣະຊົນ ເຫຼົ່າໃດ ເປັນສັຕວ໌ບຸຣຸສຜູ້ສະງົບຣະງັບໃນໂລກນີ້ ອັນເທວະທູຕຕັກເຕືອນແລ້ວ ຍ່ອມບໍ່ປະມາທໃນທັມມ໌ຂອງ ພຣະອະຣິຍະ ໃນກາລໃດໆ ເຫັນພັຍໃນຄວາມຖືມັ່ນອັນເປັນເຫຕຸແຫ່ງຊາຕິ ແລະ ມໍຣະນະແລ້ວ ບໍ່ຖືມັ່ນ ຫລຸດພົ້ນໃນທັມມ໌ເປັນທີ່ສິ້ນຊາຕິ ແລະ ມໍຣະນະໄດ້ ນໍຣະຊົນເຫຼົ່ານັ້ນເປັນຜູ້ເຖິ່ງຄວາມກະເສມ ມີສຸຂ ດັບສະນິທໃນ ປັຈຈຸບັນ ລ່ວງເວຣ ແລະ ພັຍທັ້ງປວງ ແລະ ເຂົ້າໄປລ່ວງທຸກຂ໌ທັ້ງປວງໄດ້ ຯ
ຈົບ ເທວະທູຕສູຕຣ ທີ່ ໑໐
ເຊີນຍ໌ຟັງສຽງໄປນຳ ໂດຍກົດ 1. ເທວະທູຕະສູຕຣ 2. ເທວະທູຕະສູຕຣ 3. ເທວະທູຕະສູຕຣ
ເທສະນາຂອງພຣະເດຊພຣະຄຸນ ພຣະທັມມະທີຣະຣາຊມະຫາມຸນີ ເຣື່ອງ ສັຕວ໌ເຮັດບາປແນວໃດ ຈະນຳໃຫ້ເກີດນະຣົກຂຸມໃດ
ເທົ່າທີ່ຜູ້ຈັດທຳສຶກສາມາຕາມແນວທາງພຣະໄຕຣປະດົກ ທັ້ງໃນພຣະສູຕຣ ແລະ ແນວທາງອະພິທັມ ໄດ້ພົບວ່າ ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າ ພຣະພຸທທະອົງຄ໌ຈະຕຣັສ(ເວົ້າເຣື່ອງ ນະຣົກ) ເກືອບທຸກເຫລັ້ມ ຣອງໄປຟັງພຣະເຖຣະຜູ້ໃຫຍ່ທ່ານ ພຣະທັມມະທີຣະຣາຊມະຫາມຸນີ ຍັງໄດ້ ເທສນາໃນເຣື່ອງ ພິສູຈນ໌ນະຣົກ ໄວ້ເຊັ່ນດຽວກັນວ່າພຣະພຸທທະເຈົ້າຕຣັສເຣື່ອງ ນະຣົກໃນພຣະໄຕຣປິດົກ ເກືອບທຸກເຫລັ້ມ!!!!
ຫາກທ່ານຟັງ-ເບິ່ງວິດີໂອແລ້ວ ຫາກມີຄວາມເຂົ້າໃຈ ຜູ້ຈັດທຳຂໍອະນຸໂມທະນາໃນກາຣ
ຈະເຣີນປັນຍ໌ຍາ ເພື່ອຈະໄດ້ສືບທອດພຣະພຸທທະສາສນາຕໍ່ໄປ
ແຕ່ຫາກທ່ານເບິ່ງແລ້ວບໍ່ຮູ້ວ່າເຣື່ອງຫຍັງ ກໍຕ້ອງໃຫ້ຍ້ອມຮັບຕົນເອງວ່າ ຍັງຈຳເປັນຕ້ອງ
ຈະເຣີນປັນຍ໌ຍາໃນກາຣຟັງ ພາສາພຣະເອິ້ນວ່າ "ສຸຕຕະມະຍະປັນຍ໌ຍາ" ໃຫ້ຫລາຍໆ
ເຊິ່ງທ່ານຜູ້ຈັດທຳຈະນຳມາລົງໃຫ້ທ່ານໄວ້ໄດ້ສຶກສາ ຂໍໃຫ້ມີຄວາມພຽຣສຶກສາຕໍ່ໄປ!!!
ຈະເຣີນຍ໌ໃນພຣະທັມມ໌...........ສາທຸຊົນ…..ຂໍອະນຸໂມທະນາ
………………ຢະຖາ ວາຣິວະຫາ ປູຣາ ປະຣິປູເຣັນຕິ ສາຄະຣັງ ເອວະເມວະ ອິໂຕ ທິນນັງ ເປຕານັງ ອຸປະກັປປະຕິ ອິຈສິຕັງ ປັຕຖິຕັງ ຕຸມຫັງ ຂິປປະເມວະ ສະມິຊຊະຕຸ ສັພເພ ປູເຣັນຕຸ ສັງກັປປາ ຈັນໂທ ປັນນະຣະໂສ ຢະຖາ ມະນິ ໂຊຕິຣະໂສ ຢະຖາ......... ສັພພີຕິໂຢ ວິວັຊຊັນຕຸ ສັພພະໂຣໂຄ ວິນັສສະຕຸ ມາ ເຕ ພະວັຕວັນຕະຣາໂຢ ສຸຂີ ທີຄາຢຸໂກ ພະວະ ອະພິວາທະນະສີລີສສະ ນິຈຈັງ ວຸທທາປະຈາຢິໂນ ຈັຕຕາໂຣ ທັມມາ ວັທທັນຕິ ອາຢຸ ວັນໂນ ສຸຂັງ ພະລັງ ຯ
Wednesday, October 31, 2007
Subscribe to:
Posts (Atom)